
ເປັນອານິເມະ ທີ່ເຄິ່ງ harem ແນ່ ທີ່ເນື້ອເລື່ອງກ່ຽວກັບ ຝາແຝດ 5 ຄົນ ໜ້າຕາຄ້າຍກັນຫຼາຍ ແຕ່ການຮຽນອ່ອນຫລາຍ
ທີ່ມື້ໜື່ງຕ້ອງມາພົບກັບ ພະເອກ ອີເອສິງິ ຟູທ່າໂຣ່ ຜູ້ບ່າວຖານະ ຍາກຈົນ ແຕ່ຜົນການຮຽນຖືວ່າຕິດທັອບເລີຍ
ໂຊກຊະຕາ ຕ້ອງເຮັດໃຫ້ ຟູທ່າໂຣ່ ຕ້ອງມາເປັນອາຈານສອນພິເສດໃຫ້ກັບ ສາວແຝດທັງ 5 ຄົນ
ແຕ່ເນື້ອເລື່ອງແທ້ແລ້ວ
ແມ່ນເລື່ອງທີ່ເກີດຕອນ 5 ປີກ່ອນ ທີ່ພະເອກພົບຮັກທຳອິດ ກັບສາວນ້ອຍຄົນໜື່ງ
ທີ່ເປັນຈຸດພິກພັນໃຫ້ພະເອກມາຕັ້ງໃຈຮຽນໜັງສື
ມາລຸ້ນກັນວ່າໃນແຝດ 5 ຄົນນີ້ແມ່ນໃຜຄື ຮັກທຳອິດຂອງພະເອກ
ຄວາມວຸ້ນ ແລະ ບັນຫາທີ່ພົບສິໜ້າຕື່ນເຕັ້ນແນວໃດ ຕ້ອງໄດ້ລອງສຳພັດເບິ່ງດ້ວຍຕົວເອງ ມ່ວນຄຶກຄັກ