ມື້ນີ້ຂ້າພະເຈົ້າຈະມາແນະນຳຂອງດີກັບລາຄາຖືກໃຈ ກັບ " Gaming Keyboard TSUNAMI OUTEMU MK_03 ຄີບອດ MECHANICAL " ລາຄາພຽງ 690 ບາດ.
![](https://forum.laox.la/assets/files/2021-08-26/1629996696-958006-218879237-2960455180906744-3404573337416099482-n.jpeg)
ເປັນຄີບອດ TKL (TenKeyLess Keyboard) ຫຼື ຄີບອດທີ່ບໍ່ມີ Numpad ດ້ານຂ້າງ ມີທັງໝົດ 87 ຄີເປັນແບບ Minimal ທີ່ອາດຖືກໃຈ ຫຼາຍໆຄົນຄືກັນກັບຂ້າພະເຈົ້າ.
![](https://forum.laox.la/assets/files/2021-08-26/1629996731-100930-228810985-2960455277573401-3089934766588018135-n.jpeg)
ເຊິ່ງໂຕຄີບອດຈະມາພ້ອມໄຟ RGB (ຄ່າຕາມຄີບອດ), ອັກສອນ English ແລະ ໄທ ເຊິ່ງໄຟຈະເຫັນແຕ່ ອັກສອນ English ແຕ່ສາມາດປ່ຽນ KeyCap ໄດ້ເພື່ອໃຫ້ເຫັນທັງ2ອັກສອນ (ຖ້າທ່ານມີງົບ).
![](https://forum.laox.la/assets/files/2021-08-26/1629996759-389463-229847570-2960455254240070-3604923831626970622-n.jpeg)
ທ່ານຍັງສາມາດປັບໄດ້ຫຼາຍເຖິງ 8 Mode ສີ RGB ຕາມຄວາມຕ້ອງການ, ສາຍເຊື່ອມຕໍ່ ເປັນ USB2.0 ຄວາມຍາວ 1,6m ສ່ວນທາງ Switch ເປັນຂອງ Outemu Mechanical Switch ມີ 3 ແບບໃຫ້ເລືອກຄື
![](https://forum.laox.la/assets/files/2021-08-26/1629996794-298696-226979472-2960455124240083-4964121247268163278-n.jpeg)
- Blue Switch ເປັນ Clicky ສອງຈັງວະ ມີແຮງຕ້ານນິ້ວ ແລະ ມີສຽງກົດ(ຕ໋ອກແຕກ ຫຼີນເກມນິມັນມືເລີຍ ແຕ່ດັງເອົາເລື່ອງຢູ່)
![](https://forum.laox.la/assets/files/2021-08-26/1629996814-582007-229605091-2960455284240067-1325836553799000070-n.jpeg)
- Red Switch ເປັນ Linear ເປັນແບບແຮງກົດຈັງວະດຽວຮູ້ສຶກນຸ້ມມືບໍ່ມີສຽງດັງ
![](https://forum.laox.la/assets/files/2021-08-26/1629996829-740406-228446420-2960455157573413-6187410513376990985-n.jpeg)
Brown Switch ເປັນ Tactile ສອງຈັງວະ ແບບ Blue Switch ແລະ ບໍ່ມີສຽງດັງແບບ Red Switch ເໝາະຄົນທີ່ມັກຄວາມຮູ້ສຶກການກົດແບບ Blue ແຕ່ງຽບແບບຟິນໆ.
ຄີບອດໂຕນີ້ເປັນຕີບອດທີ່ເໝາະກັບຄົນທີ່ເປັນສາມເກມທີ່ຕ້ອງການລອງໃຊ້ MECHANICAL ເພາະເປັນຄີບອດ MECHANICAL ທີ່ລາຄາຖືກທີສຸດໃນຕອນນີ້ພຽງ 690ບາດ ກ່ອນທີ່ຈະຕັດສິນໃຈຊື່ໂຕແພງໆ ມາລອງໃຊ້ ຫຼື ໃຜທີ່ຕ້ອງການຄີບອດລາຄາສຸດຄຸ້ມກໍ່ສາມາດໄປຈັບຈອງຊື້ມານຳໃຊ້ກັນໄດ້ເລີຍກ່ອນຈະຊື້ແນະນຳວ່າການເລືອກ Switch ໃຫ້ຖືກຕາມຄວາມຕ້ອງການຂອງເຮົາ ແລະ ຄົນອ້ອມຂ້າງນຳເດີ.
ຖ້າບັນດາທ່ານຍັງບໍ່ແນ່ໃຈ ຫຼື ຢາກເຫັນ Review ເຕັມໆກໍ່ສາມາດເຂົ້າໄປເບີ່ງທີ່ https://youtu.be/XilOnh8-vyU ໄດ້ເນາະ ຫຼື ຕ້ອງການສັ່ງຊື້ສາມາດສັ່ງຜ່ານ Shopee ກັບ Lazada ໄດ້.
Shopee
https://shopee.co.th/product/15017881/7594267780?smtt=0.206252228-1629999002.9
Lazada
https://s.lazada.co.th/s.VHQSR
![](https://forum.laox.la/assets/files/2021-08-26/1629996987-783794-screenshot-2021-08-26-235143.png)
ແຕ່ຖ້າບໍ່ຮູ້ວ່າຈະສັ່ງນຳໃຜດີ ຂ້າພະເຈົ້າແນະນຳ https://www.facebook.com/Phouttavonglpd ບໍລິການດີລາຄາເປັນກັນເອງເພາະຂ້າພະເຈົ້າສັ່ງນຳເພິ່ນມາແລ້ວລາຄາຖືກອີ່ຫຼີ (ຂອງດີບອກຕໍ່)
![](https://forum.laox.la/assets/files/2021-08-26/1629997168-406801-screenshot-2021-08-26-235456.png)
ຮູບພາບ TSUNAMI OUTEMU MK_03 ຈາກ https://www.facebook.com/TsunamiThai/posts/2960487900903472/
ຖ້າມີຂໍ້ຜິດພາດປະການໃດກໍ່ຂໍໂທດຂໍອະໄພ ເພາະເປັນການຂຽນຄັ້ງທຳອິດອາດໃຊ້ຄຳຊ້ຳ ຫຼື ຟັງບໍ່ຄັກ ກໍ່ສາມາດຕິຕຽນແນະນຳໄດ້ທາງດ້ານຫຼຸມ ຖ້າມີໂອກາດໜ້າໄດ້ກັບມາຂຽນໃຫມ່ກໍ່ຈະຫາຂອງດີໆລາຄາຖືກໆມາແນະນຳອີກ ຂໍ ຂອບ ໃຈ