ສ່ວນຕົວແລ້ວບໍ່ຄ່ອຍໄດ້ເບີ່ງຮູບເງົາພາກອັງກິດເທົ່າໃດ ເນື່ອງຈາກໄດ້ຍິນຫຼາຍໆຄົນວ່າລຳຄານສັບພາສາລາວ ອີກຢ່າງພາສາອັງກິດກໍບໍ່ແຂງປານໃດ ແຕ່ກໍພໍຟັງຮູ້ເລື່ອງ.
ທີ່ຈີງມີຫຼາຍປະເດັນທີ່ບໍ່ຖືກໃຈໃນການໄປເບີ່ງຮູບເງົາມື້ວານນີ້
ເພາະມັນເຮັດໃຫ້ຄວາມມ່ວນຂອງຮູບເງົາຫາຍໄປເກືອບເຄີ່ງ
1. ສັບທີ່ແປເປັນພາສາລາວໂຄດເຫ້ຍ!!! ແບບແປຕາມໂຕກວ່າ Google ແປລາວອີກ
ຕົວຢ່າງ : ຕອນທີ່ພະເອກເວົ້າວ່າ bon appétit (ບອນນາເປີຕິ) ປົກກະຕິແລ້ວແປເປັນລາວກໍມະປານວ່າ “ເຊີນແຊບເດີ“ ແຕ່ໃນສັບແປວ່າ “ຫິວ Ban“ 5555555555 ຈື່ຕິດຕາເລີຍ.
ອີກຕົວຢ່າງ: ແມ່ນຕອນທີ່ຕົວຮ້າຍກຳລັງສະເໜີແຜນຕໍ່ກອງປະຊຸມແລ້ວພະເອກມາຂັດຊິນເລີຍຢຸດເວົ້າແລ້ວຈະກັບມາເວົ້າຕໍ່
Where am I ? ສັບແປມາວ່າ: ຂ້ອຍຢູ່ໃສ ? ມັນກະຖືກກກກກກກ ແຕ່ກໍຄວນແປໃຫ້ມັນມີສຳບັດສຳນວນແນ່ ໃຫ້ມັນໄປກັບເລື່ອງແນ່ ທຳມະດາຕ້ອງປະມານວ່າ ເຮົາເວົ້າຮອດໃສແລ້ວ ? ຫຼື ອັນອື່ນທີ່ມັນແປແລ້ວເຮັດໃຫ້ອາລົມໃນການເບີ່ງບໍ່ຫາຍຈ້ອຍ.
2. ນອກຈາກການແປທີ່ຕັດອາລົມແລ້ວ ການຂຽນພາສາລາວກໍບໍ່ຖືກໂຄດດດດດດດດດດ ສຸດໂຄດເລີຍລະ
ອັນນີ້ແຕ່ຮູບເງົາຍັງບໍ່ເລີ່ມສາຍຊຳ້ ອັນຄຳເຕືອນເລື່ອງມາລະຍາດໃນການເບີ່ງຮູບເງົາທຳອິດກໍມີບ່ອນຜິດແລ້ວ
ຄຳວ່າ“ ກາລຸນາ ຕ້ອງແມ່ນ ກະລຸນາ “ ໃນຮູບເງົາຍີ່ງຜິດຫຼາຍ.
[ຄວາມຄິດເຫັນສ່ວນຕົວ]
ການຂຽນພາສາລາວບໍ່ຖືກບໍ່ແມ່ນເລື່ອງຫຼິ້ນໆ ຢາກຮູ້ວ່າເຂົາເຈົ້າບໍ່ໄດ້ຜ່ານການກວດກາ ກ່ອນຈະເຜີຍແຜ່ຫວະ ? ອີກຢ່າງບໍລິສັດທີ່ຮັບແປຄົງເປັນບໍລິສັດໃຫຍ່ ນີ້ສະແດງເຖີງບຸກຄະລາກອນບໍ່ມີຄວາມສາມາດພຽງພໍ.