ໂດຍ ພໍຈັບໄຈຄວາມ ຂໍສົງໄສຂອງທ່ານໄດ້ຢູ່ວ່າ "ມັນຊິໄປກະທົບຖ້າເຈົ້າບໍ່ເກັ່ງພໍ" ອັນນີ້ທ່ານບອກ "ບໍ່ຖືກ" ເພາະຄົນທີ່ເຮັດໄດ້ຈິງ ຈະອອກມາໂຕ້ຕອບວ່າ "ບໍ່ຖືກ" ແລະ ຢາກຮູ້ວ່າ "ໃຜເວົ້າ" ແມ່ນຫລືບໍ່?
ຂ້າພະເຈົ້າ ຂໍອະທິບາຍໃຫ້ເຂົ້າໃຈຕື່ມຂຶ້ນຄື
ຖ້າໄດ້ຕິດຕາມການໂຕ້ຕອບຂອງສັງຄົມ ທີ່ສ່ວນທາງຄວາມຄິດທີ່ວ່າ "ບໍ່ມີເງິນຈ້າງເຂົ້າເຮັດວຽກ" ຄົນທີ່ສ່ວນທາງຈະແນະນຳປະມານວ່າ "ເຈົ້າບໍ່ເກັ່ງເອງ ເຈົ້າເລີຍບໍ່ໄດ້ວຽກ" ນີ້ຄືຜົນກະທົບ ທີ່ສັງຄົມສວນທາງນັ້ນ ບໍ່ເຫັນພ້ອມພະຍາຍາມຕັກເຕືອນ ສັງຄົມທີ່ຂາດຄວາມສາມາດ ໂດຍທີ່ບໍ່ບອກໄປຕົງໆວ່າ "ເຈົ້າບໍ່ເກັ່ງເອງ, ເຈົ້າມັນກາກ" ເຈົ້າເລີຍບໍ່ໄດ້ວຽກ ສະຫລຸບຄື "ເອົາຫຍັງມາຢືນຢັນ ວ່າຄົນທີ່ເຮັດບໍ່ໄດ້ ຍ້ອນເຂົາບໍ່ເກັ່ງ ຖ້າລະບົບຈ້າງເຂົ້າເຮັດວຽກມີແທ້ ມັນຈະນອນໃນຊ່ອງໂວກະຕິກາທີ່ຂາດຄວາມໂປ່ງໄສ"
ສະນັ້ນຄວາມບໍ່ໂປ່ງໄສ ສາມາດຢືນຢັນເຖິງຜົນລັບນັ້ນໆໄດ້ຫລືບໍ່?
ມັນຈຶ່ງສອດຄ່ອງກັບ ສິ່ງທີ່ຂ້າພະເຈົ້າຍົກມາປຽບທຽບໃຫ້ເຫັນ ຄົນທີ່ແນະນຳຂາດການວິເຄາະຢ່າງຊັດເຈນ ຍົກໂຕຢ່າງ ບານເຕະ ອິຕາລີ ພົບກັບ ເກົາຫລີໃຕ້ ນັ້ນຄືພົນກະທົບ "ຖ້າກຳມະການ ແລະ ເກົາຫລີໃຕ້ ຫລິ້ນຕາມເກມ ອິຕະລີ ບໍ່ເສຍແນ່ນອນ ເບິ່ງໄດ້ຈາກພາບລວມໃນຄິບທັ້ງຫມົດ ເພາະອິຕາລີເກັ່ງກວ່າ"
ຈົນ Fifa ອອກມາແບນກຳມະການຊຸດນັ້ນ
ຖ້າພາກສ່ວນລັດ ມີການຫລິ້ນຜິດກະຕິກາ ທ່ານຄິດວ່າ ຈຳນວນໂຄຕ້າຮຽນຕໍ່ ຫລື ສະມັກວຽກດັ່ງກ່າວ ຈະສົງຜົນກະທົບຕໍ່ຄົນເກັ່ງຫລືບໍ່?
ແລ້ວທ່ານ ສາມາດຢືນຢັນໄດ້ເຊັດເຈນຫລືບໍ່ ວ່າຜົນກະທົບນັ້ນບໍ່ມີຢູ່ຈິງກັບຄົນທີ່ເກັງ ແລະ ເຮັດໄດ້? ເພາະມັນບໍ່ຖືກ...ນັ້ນເອງ
[](https://)