ຫຼັງຈາກທີ່ພວກເຮົາເລີ່ມເຮັດວີດີໂອມາ ຕອນນີ້ກໍເປັນຕອນທີ່ 17ແລ້ວ. ວີີດີໂອນີ້ ພວກເຮົາຈະເລົ່າປະສົບການທີ່ພວກເຮົາໄດ້ໄປປີ້ນພູຟູຈິມາເລົ່າສູ່ຟັງ
ເບິ່ງວີດີໂອໄດ້ຕາມນີ້
[
https://www.youtube.com/watch?v=9lDYqJgqeJM](https://)
ປ່ຽນບັນຍາກາດຈາກການຕະລຸຍນັ້ນຕະລຸຍນີ້ມາເປັນການນັ່ງເລົ່າປະສົບການ ແລະ ການໃຫ້ຄໍາແນະນໍາ ຂອງການປີນພູ ຟູຈິສູ່ກັນຟັງ
ຟູຈິເປັນພູທີ່ສູງກວ່າຫມູ່ໃນບັນດາພູໃນປະເທດຍີ່ປຸ່ນ ເຊິ່ງມີຄວາມສູງ 3776ແມັດ
ສະນັ້ນການປີນພູທີ່ສູງຂະຫນາດນີ້ຕ້ອງໄດ້ໃຊ້ຄວາມພະຍາຍາມຫລາຍສົມຄວນ
ການກຽມຕົວ: ສິ່ງທີ່ຕ້ອງມີແມ່ນ
1.ເກີບ 2.ເຄື່ອງກັນຫນາວ 3.ໄຟສາຍ 4. ອາຫານແຫ້ງ 5.ຖົງໃສ່ຂີ້ເຫຍື້ອ 6.ເສື້ອກັນຝົນ ແລະ 7.ໄມ້ຄໍ້າ(ແລ້ວແຕ່ຄົນ)
ການເດີນທາງ
1.ໄປດ້ວຍລົດເມຈາກຊິນຈຸກຸ(Shinjuku)ໄປຫາສະຖານີທີ່5 ແລ້ວເລີ່ມປີ້ນເລີຍ
2.ທາງລົດໄຟ ຂີ່ລົດໄຟແຕ່ໃສ່ມາກະຢ່າ ຂໍໃຫ້ຮອດສະຖານີ້ Kawaguchiko ແລ້ວຂີ່ລົດເມຈາກສະຖານີນີ້ໄປສະຖານີທີ່5 ແລ້ວເລີ່ມປີ້ນເລີຍ
ທາງເລືອກໃນການປີນ
1. ອອກເດີນທາງຕອນ8ໂມງແລງຈາກສະຖານີທີ່5 ປີນຫມົດຄືນ ໄປແຈ້ງແລະຊົມວີວຕາເວັນຂື້ນຢູ່ຈຸດສຸດຍອດ (ເສັ້ນທາງນີ້ບໍ່ແນະນໍາ ເພາະສ່ຽງຕໍ່ການຂາດອົກຊີເນື່ອງຈາກຮ່າງກາຍຍັງປັບຕົວບໍ່ທັນ)
2. ອອກເດີນທາງແຕ່11ໂມງຕອນສວຍ ແລ້ວໄປພັກຢູ່ບ້ານພັກຢູ່ເທິງ ອາດຈະເປັນ ສະຖານີທີ່ 7ຫລື8ຫລື9 ຖ້າຢ້ານເຕັມກ່ອນຈອງໄວ້ກ່ອນກໍ່ເປັນການດີ (ແນະນໍາໃຫ້ປີນແບບນີ້ຫລາຍກວ່າເພາະຮ່າງກາຍຈະປັບຕົວໄດ້ທັນ)
ເສັ້ນທາງ
1.Yoshida Trail ເສັ້ນທາງທີ່ນິຍົມ
2. Subaru Trail
3. Gotemba Trail
4. Fujinomiya Trail
ກະຊິປະມານນີ້ ລາຍລະອຽດຈະເລົ່າຕາມຄລິບອີກເທື່ອຫນຶ່ງ
ມີຫຍັງຕ້ອງການຢາກຮູ້ອີກໃຫ້ສົ່ງມາຖາມພວກເຮົາໄດ້ທຸກເວລາ
☆☆☆☆☆ Subscribe ☆☆☆☆☆
▲Youtube: http://bit.ly/jlvlogz
ຕິດຕາມພວກເຮົາທາງ Facebook ແລະ Instagram
▲Facebook: https://www.facebook.com/jlvlogz
▲Instagram: @JLvlogz
😁