ມື້ວານນີ້ມີເລື່ອງຮືີຮາໃນວົງການວິທະຍາສາດ ເມື່ອມີນັກວິທະຍາສາດຄົນຈີນອອກມາຖະແຫຼ່ງຂ່າວວ່າລາວໄດ້ເຮັດການດັດແປງພັນທະກຳໃນໂຕອ່ອນຂອງຄົນໄດ້ສຳເລັດ. ແລ້ວໂຕອ່ອນທີ່ຖືກດັດແປງພັນທຸກຳນັ້ນກໍໄດ້ເກີດມາແລ້ວເປັນຝາແຝດ.

ນັກວິທະຍາສາດຜູ້ນີ້ມີຊື່ວ່າ He Jiankui ມີດີກຣີຈົບຈາກມະຫາວິທະຍາໄລ RICE ແລະ Stanford ໄດ້ເລີ່ມເຮັດການທົດລອງກັບຄູ່ຜົວເມີຍ 7ຄູ່ ແລະ ມີຄູ່ນື່ງໄດ້ຖືພາແລ້ວ. ສິ່ງທີ່ລາວເຮັດຄືການລົບຢີນ (Gene) ໂຕນື່ງທີ່ຊື່ວ່າ CCR5 ເຊິ່ງເປັນຢີນທີ່ຜະລິດໂປຣຕີນທີ່ເປັນທາງເຂົ້າຂອງໄວລັສ HIV. ເມື່ອລາວລົບຢີນນີ້ອອກໄປ ຈຸລັງຈະບໍ່ສາມາດຜະລິດໂປຣຕີນທີ່ເປັນທາງເຂົ້າຂອງໄວລັສ HIV ເຮັດໃຫ້ຮ່າງກາຍທົນຕໍ່ການຕິດເຊື້ອໄວລັສຊະນິດດັ່ງກວ່າ. ຟັງເບິ່ງຄືເປັນເລື່ອງດີ, ແຕ່ຢ່າລືມວ່າຢີນນີ້ແມ່ນຢີນປົກກະຕິທີ່ຮ່າງກາຍສ້າງຂື້ນມັນ ໝາຍຄວາມວ່າຢີນດັ່ງກ່າວຍັງມີໜ້າທີ່ອື່ນອີກຫຼາຍຢ່າງ. ການລົບຢີນນີ້ອອກໄປ ອາດເປັນການເພີ່ມຄວາມສ່ຽງທີ່ກໍໃຫ້ເກິດບັນຫາອື່ນຕາມມາກໍເປັນໄດ້.
ການດັດແປງພັນທຸກຳ (Gene editing) ແມ່ນມີມາດົນນານແລ້ວ. ແຕ່ຊ່ວງຫຼັງໆນີ້ ຫຼັງຈາກທີ່ມີການຄົ້ນພົບເທັກໂນໂລຢີໃຫມ່ທີ່ຊື່ວ່າ CRISPR/Cas9 ຂື້ນມາ ເຮັດໃຫ້ການດັດແກ້ພັນທຸກຳນັ້ນງ່າຍຂື້ນ ແລະ ຖືກຕ້ອງຂື້ນຫຼາຍຮ້ອຍຫຼາຍພັນເທົ່າເມື່ອທຽບກັບເທັກໂນໂລຢີເກົ່າ. ແຕ່ການດັດແປງພັນທຸກຳສ່ວນຫຼາຍແມ່ນເຮັດໃນສັດທົດລອງ ຫຼື ຈຸລັງທີ່ລ້ຽງໄວ້ເທົ່ານັ້ນ ສ່ວນໃນຄົນແມ່ນເຮັດໃນຜູ່ໃຫຍ່ເທົ່ານັ້ນ ເຊິ່ງຈະບໍ່ສາມາດຖ່າຍທອດໃຫ້ລູກໄດ້. ແຕ່ການດັດແປງພັນທຸກຳຄັ້ງນີ້ແມ່ນເຮັດໃນໂຕອ່ອນ (Embryo) ນັ້ນໝາຍຄວາມວ່າເດັກທີ່ເກີດມາຈະມີພັນທຸກຳແບບນັ້ນໄປຕະຫຼອດຊີວິດ ແລະ ສາມາດຖ່າຍທອດໃຫ້ລຸກໄດ້. ການທົດລອງແບບນີ້ແມ່ນຖືກຫ້າມໃນອະມາຣິກາແລະບັນດາປະເທດໃນເອີຣົບ ຍ້ອນແຕະຕ້ອງເລື່ອງສິນລະທຳ. ແຕ່ການທົດລອງຄັ້ງນີ້ແມ່ນເຮັດໃນຈີນ ເຊິ່ງກໍບໍ່ຮູ້ວ່າຜິດກົດໝາຍບໍ? ນັກວິທະຍາສາດຫຼາຍທ່ານໄດ້ອອກມາໃຫ້ຄຳເຫັນກ່ຽວກັບເລື່ອງນີ້ ໂດຍສ່ວນໃຫຍ່ແລ້ວໃຫ້ຄຳເຫັນວ່າການກະທຳຂອງລາວບໍ່ຖືກຕ້ອງ ແລະ ອາດກໍໃຫ້ເກີດບັນຫາໄດ້.
ແນວໃດກໍຕາມ ສິ່ງທີ່ລາວເວົ້ານັ້ນເປັນພຽງການຖະແຫຼ່ງຂ່າວເທົ່ານັ້ນ ຍັງບໍ່ໄດ້ມີການຕີພິມໃນວາລະສານທາງວິທະຍາສາດແຕ່ຢ່າງໃດ. ຫຼັງຈາກທີ່ຖະແຫຼງການ, ທາງການຈີນໄດ້ເລັ່ງກວດສອບເປັນການດ່ວນກ່ຽວກັບການກະທຳຂອງລາວ. ໃນຂະນະທີ່ ໂຮງໝໍທີ່ອອກໃບຢັ້ງຢືນດ້ານຈະລິຍະທຳໃຫ້ລາວໄດ້ອອກມາປະກາດທັນທີວ່າບໍ່ໄດ້ມີສ່ວນກ່ຽວຂ້ອງກັບການກະທຳຂອງລາວແຕ່ຢ່າງໃດ.
ມັນກໍເປັນເລື່ອງທີ່ນ່າຄິດ ເພາະໃນປະຈຸບັນການແກ້ໄຂພັນທຸກຳນັ້ນເປັນເລື່ອງທີ່ບໍ່ໄດ້ໃກ້ຕົວອີກຕໍ່ໄປແລ້ວ. ໃນອະນາຄົດຖ້າຫາກ ການດັດແປງພັນທຸກຳໃນຄົນໄດ້ຮັບການອະນຸຍາດໃຫ້ເຮັດຢ່າງຖືກຕ້ອງຕາມກົດໝາຍ ມັນຈະເປັນການປ່ຽນແປງຄັ້ງທີ່ຍິ່ງໃຫຍ່ທີ່ສຸດຂອງມະນຸດ. ເພາະພໍ່ແມ່ທຸກຄົນຍ້ອມຢາກໃຫ້ລູກໄດ້ສິ່ງທີ່ດີທີ່ສຸດສະເໝີ ຖ້າເລືອກໄດ້ ພໍ່ແມ່ຈະເລືອກສະເພາະຢີນທີ່ເຮັດໃຫ້ລູກຕົວເອງສະຫຼາດ, ໜ້າຕາດີ, ສູງ, ເກ່ງ ແລະ ລົບຢີນທີ່ເປັນຈຸດດ້ອຍອອກໄປ. ແຕ່ຢ່າລືມວ່າ ໂດຍທຳມະຊາດແລ້ວມະນຸດທຸກຄົນຖືກສ້າງມາໃຫ້ມີຂໍ້ດ້ອຍ ແລະ ເດັ່ນຕ່າງກັນເພື່ອໃຫ້ເກີດຄວາມສົມດູນ. ຄຳຖາມຄື: ມັນເປັນທີ່ມະນຸດຄວນຈະເຮັດຫຼືບໍ? ຢ່າລືມວ່າ ຄຸນະທຳ, ສິນລະທຳ ແລະ ຄວາມຮູ້ຈັກໄຈ້ແຍກຄວາມດີ-ຄວາມຊົ່ວ ບໍ່ສາມາດຖ່າຍທອດທາງພັນທຸກຳໄດ້.
ອ້າງອີງຈາກ:
https://www.apnews.com/4997bb7aa36c45449b488e19ac83e86d
https://www.theguardian.com/…/worlds-first-gene-edited-babi…
https://www.bloomberg.com/…/urgent-ap-exclusive-first-gene-…
https://edition.cnn.com/…/china-crispr-gene-edit…/index.html
ຖ້າຫາກມີຄົນເຂົ້າມາອ່ານ, ຂໍຖາມແດ່ວ່າຄິດແນວໃດກ່ຽວກັບເລື່ອງນີ້?