ຕາມຫົວຂໍ້ເລີຍ ຄຳວ່າ website ພາສາລາວຂຽນທັບສັບຈາກພາສາອັງກິດ ເພິ່ນສະກົດຄຳເປັນທາງການແນວໃດ? - ເວັບໄຊ້ - ເວັບໄຊທ ຫລື - ເວັບໄຊທ໌.
ສ່ວນໂຕມັກໃຊ້ ເວັບໄຊ ເວັບໄຊ້
ເວັບໄຊ້
ຫຼັກການຂຽນທັບສັບພາສາຕ່າງປະເທດແມ່ນບໍ່ໃຊ້ວັນນະຍຸດໃຫ້ກັບຄຳທີ່ຈະນຳມາຂຽນທັບສັບ ສ່ວນການຂຽນແບບກາຣັນ (ຂ້າສຽງ) ນັ້ນ ບໍ່ຄ່ອຍໃຊ້ໃນທາງການ ແຕ່ກະໃຊ້ໄດ້ ເຊິ່ງຂຶ້ນກັບຜູ່ຂຽນເອງ ດັ່ງນັ້ນ: - ເວັບໄຊ - ເວັບໄຊຕ໌ ຈຶ່ງເປັນການຂຽນທີ່ຖືກຕ້ອງຕາມຫຼັກການ
TheCodeTalker ສະລຸບແລ້ວ ຄຳນີ້ເພິ່ນບໍ່ໄດ້ກຳນົດຕາຍຕົວແມ່ນບໍ່
bukpeng ຂຶ້ນກັບຜູ່ຂຽນວ່າຈະຂຽນແນວໃດ ແຕ່ຖ້າໃຫ້ຖືກຫຼັກການຂຽນພາສາລາວສະໄໝໃໝ່ແທ້ໆກະຂຽນວ່າ "ເວັບໄຊ" ແຕ່ຖ້າຕ້ອງການຮັກສາເຄົ້າເດີມໄວ້ແມ່ນຂຽນ "ເວັບໄຊຕ໌" ແນະນຳວ່າໃຫ້ຂຽນ "ເວັບໄຊ" ຖ້າຕ້ອງການຂຽນໃນເອກະສານທາງການ
ຂອບໃຈທຸກທ່ານ ທີ່ແນະນຳ
"ເວັບໄຊ" ເດີ