ຄືຮູ້ສຶກວ່າໂຕເອງບໍ່ຄ່ອຍເປັນທີ່ສົນໃຈຂອງໃຜໆເລີຍ ຢາກຂໍຄວາມເຫັນນຳທຸກຄົນວ່າເຮັດຈັ່ງໃດຈຶ່ງຈະເປັນທີ່ສົນໃຈຂອງຜູ້ຍິງ
ບໍ່ຕ້ອງເຮັດຫຍັງເລີຍ ພຽງແຕ່ເປັນໂຕຂອງໂຕເອງ ລະກະຮຽນເກັ່ງ, ມີຄວາມສາມາດ ມີຄວາມຄິດສ້າງສັນ ແຕ່ງໂຕເປັນ , ມັກສະອາດ 🌚🤣
gifted ນີ້ຄືບໍ່ຕ້ອງເຮັດຫຍັງເລີຍ ຫະຫະຫະ
ຂ້ອຍກະຢາກຮູ້ຄືກັນຕ້ອງເຮັດແນວໃດ😂
Noy_ss ແມ່ນນ ແລ້ວວ ບໍ່ຕ້ອງເຮັດຫຍັງ5555
ບໍ່ເຮັດຫຍັງ ແລ້ວເຮົາຈະບໍ່ມີຫຍັງ ບໍ່ເຂົ້າໃຈຜູ້ຍິງດຽວນີ້ຄືກັນ ແທມເຮົາຫນ້າຕາກະບໍ່ໃຫ້ ໄດ້ແຕ່ທຳໃຈ T_T
ເຖິງໜ້າຕາເຮົາຈະບໍ່ໃຫ້ ແຕ່ຖ້າໃຈ + ຄວາມສາມາດເຮົາເທ້ ກະສາມາດໄດ້ຄວງຜູ່ສາວດີໆຄືກັນ ເຮັດແຕ່ລະມື້ໃຫ້ດີທີ່ສຸດກະພໍແລ້ວຄົນດີໆເຂົ້າມາຊີວິດເອງ~
ເຮັດໃຫ້ເຂົາເຫັນວ່າເຮົາສາມາດຫາລ້ຽງເຂົາໃດ້ບໍ່ພາເຂົາທຸກໃນອານາຄົດ (ທີວ່າຫາລ້ຽງເຂົາໃດ້ຫັນແມ່ນເຮັດວຽກຫາລ້ຽງເຂົາເດີ ບໍ່ແມ່ນສິໄປຂໍເງິນພໍ່ແມ່ມາລ້ຽງເຂົາ ) ຫະຫະຫະ 😂
ຢາກເປັນທີ່ສົນໃຈໃຫ້ເຮັດໂຕມີຄຸນຄ່າ ກະຄືເປັນຕົວຂອງຕົວເອງ ຄືບາງຄົນອາດຈະເປັນຕົວຕະລົກເຮັດໃຫ້ຄົນອື່ນມີຮອຍຍີ້ມ ທີ່ສຳຄັນຫມັ້ນໃຈຕົວເອງ ຕົວເຮົາມີດີຢູ່ນະ ພຽງແຕ່ຕ້ອງປັບແຕ່ງອີກຈັກຫນ້ອຍກະພໍ ຫມາຍເຫດ: ທຸກຄົນມີຄວາມຫນ້າຮັກແຕ່ຂື້ນກັບວ່າເຈົ້າຢາກໃຫ້ຫນ້າຮັກໃນສາຍຕາໃຜ
ຢ່າງເຂົ້າໄປຫາລາວເລີຍ ແລ້ວບອກກັບລາວວ່າ:ສົນໃຈຂ້ອຍແດ່ ແມ່ຂ້ອຍບອກ haha