(ນິຍາມສ່ວນໂຕ):..
ຄໍາວ່າ ເພື່ອນ ແມ່ນຫມາຍເຖິງຄົນຮູ້ຈັກ....ທີ່ມີຄວາມຮູ້ຈັກໃນປະຫວັດ, ຄວາມຄິດ(ສ່ວນຫລາຍໃນລັກສະນະໃກ້ຄຽງກັນ), ພຶດທິກໍາ, ການສະແດງອອກ ແລະ ຂໍ້ມູນສ່ວນໂຕຂອງກັນແລະກັນໃນລະດັບຫນ້ອຍ, ກາງ, ຫລາຍ... ມີຄວາມສົນໃຈໃນເລື່ອງໃດເລື່ອງຫນຶ່ງ ຫລື ຫລາຍເລື່ອງໄປໃນທາງດຽວກັນ... ເຊິ່ງເປັນຄວາມສໍາພັນລະຫວ່າງຄົນສອງຄົນໃນທາງບວກ.
ຄໍາວ່າ ຫມູ່ ແມ່ນຫມາຍເຖິງກຸ່ມໆຫນຶ່ງທີ່ມີຈໍານວນຫລາຍກວ່າ 2 ຂຶ້ນໄປ. ແຕ່ໃນພາສາເວົ້າທີ່ແຜ່ຫລາຍ ຈະນໍາໃຊ້ຄໍາວ່າ ຫມູ່ ເປັນຄວາມຫມາຍດຽວກັບ ເພື່ອນ.
ຄໍາວ່າ ຫມູ່ເພື່ອນ ຄື ກຸ່ມຂອງເພື່ອນທີ່ມີຈໍານວນຫລາຍ.