ປັນຫານີ້ ເປັນປັນຫາພາບລວມໃຫຍ່ຫລາຍ ແລະ ມີຫລາຍຄົນທີ່ປະສົບປັນຫາໃນການກຳນົດເງິນເດືອນ ຂ້າພະເຈົ້າເລີຍຢາກສະເຫນີ ທາງອອກອີກຕົວເລືອກຫນຶ່ງເພື່ອໃຫ້ ຈຂກທ ແລະ ຫລາຍໆທ່ານທີ່ປະສົບປັນຫານີ້ ເພື່ອເປັນການແບ່ງປັນເຊີງສ້າງສັນ
ກ່ອນຈະອອກຈາກບໍລິສັດເກົ່າ ຂ້າພະເຈົ້າມີວິທີແນະນຳເງິນເດືອນຫລາຍໆມາຝາກ ແລະ ເງິນເດືອນນັ້ນບໍ່ໄດ້ເກີດຈາກສະຖານທີ່ ແຕ່ເກີດຈາກເຮົາ ສ່ວນເຮົາຈະສ້າງລາຍຮັບຫລາຍໆໄດ້ນັ້ນ ນີ້ຄືວິທີທາງ:
ແນະນຳໃຫ້ຕໍ່ຍອດສັກກະຍະພາບທີ່ເຮົາມີຢູ່ໃນປັດຈຸບັນ (ຍຸກນີ້ຄວາມຮູ້ມີອ້ອມຕົວເຮົາ) ເປັນໂຕຂັບເຄື່ອນເງິນເດືອນທີ່ເພີ່ມຂຶ້ນຂອງເຮົາໃນອານາຄົດ ເງິນເດືອນເກີດຈາກຫນ້າທີ່ ແລະ ຫນ້າທີ່ເກີດຈາກພາລະ ສ່ວນພາລະຈະແບກໄຫວ ກໍເກີດຈາກສັກກະຍະພາບຂອງເຮົາ ເຊິ່ງສັກກະຍະພາບນັ້ນ ສາມາດສ້າງໄດ້ຈາກການຄວາມຮັກຕໍ່ສິ່ງທີ່ເຮັດ ຖ້າຂາດຄວາມຮັກ "ມົດກັດກໍເຈັບແລ້ວ" ຄວາມມຫມາຍຄື "ຄວາມຮັກຕໍ່ສິ່ງທີ່ເຮັດ ສາມາດແບກຮັບຕໍ່ສິ່ງທີ່ເຈັບປວດໄດ້" (ຄວາມອົດທົນຂອງຄົນ) ເມື່ອເຮົາມີຄວາມສຸກຕໍ່ຄວາມອົດທົນນັ້ນໄດ້ແລ້ວ ປັນຫາເລື່ອງເງິນຈະເປັນຮອງລົງມາທັນທີ "ບໍ່ແລ່ນຫາເງິນ ແຕ່ເງິນແລ່ນຫາເຮົາ"
ຖ້າຢາກໄດ້ເງິນເດືອນທີ່ຫລາຍໆ ນີ້ຄືວິທີ ທີ່ຂ້າພະເຈົ້າພໍແນະນຳໄດ້ ຖ້າມາແນວທາງນີ້ໄດ້ແລ້ວ ທ່ານບໍ່ຈຳເປັນຕ້ອງອອກຈາກວຽກໃຫ້ເສຍເວລາກໍໄດ້ ການເຕີບໂຕຂອງທ່ານ ຄຽງຄູ່ກັບ ການເຕີບໂຕຂອງບໍລິສັດ ຮອດມື້ນັ້ນ ທ່ານອາດກ້າວໄປເປັນຂ້າຫຸ້ນ ຫລື ສ້າງສິ່ງທີ່ຕ້ອງການ ເປັນຂອງຕົນເອງ ທຸກຢ່າງເປັນໄປໄດ້ຫມົດ ຂຶ້ນກັບທ່ານລ້ວນໆເລີຍ ວ່າຈະເລືອກທາງເດີນໃດໃຫ້ກັບຫນ້າທີ່ການງານ
ປູ່ຂອງສະໄປເດີ້ແມນກ່າວໄວ້ວ່າ "ອຳນາດທີ່ຍິ່ງໃຫຍ່ ມາພ້ອມກັບພາລະທີ່ໃຫຍ່ຍິ່ງ"
ແຕ່ມີຫລາຍເສັ້ນທາງ ນອກເຫນືອຈາກນີ້ ທີ່ທ່ານສາມາດເລືອກເດີນໄດ້ຕາມຄວາມພໍໃຈຂອງເຮົານັ້ນເອງ
ສິ່ງສຳຄັນທີ່ສຸດ "ຈົ່ງເຊື່ອໃນເສັ້ນທາງຂອງຕົນເອງ"
ສູ້ໆ ແລະ ເປັນກຳລັງໃຈໃຫ້ ໃນການຕັດສິນໃຈເດີ້