ສະບາຍດີ G,
ເລື່ອງຫົວໃຈນີ້ມັນຕັ້ງບໍ່ສາມາດໃຊ້ເຫດຜົນລົມກັນຢ່າງດຽວລົມກັນໄດ້ເນາະ. ທາງນີ້ກໍເຄີຍຜ່ານມາຫຼາຍເລື້ອງມີແຟນແລ້ວໂຕເອງໄປຮຽນຕໍ່.
ປະສົບການສ່ວນໂຕແມ່ນຕ້ອງໄດ້ປຶກສາກັນແບບໄລຍະໃກ້ ແລະ ໄກເພື່ອຫາຂໍ້ດີ ແລະ ເສຍຂອງການຢູ່ນຳກັນ ແລະ ການທີ່ຫ່າງກັນ. ແຕ່ຢ່າຢຸດແຕ່ຫັ້ນ, ຕ້ອງໄດ້ລົມກັນເລື່ອງອະນາຄົດວ່າຈະໄປນຳກັນຮອດໃສ, ຢາກມີຊີວິດໃນອະນາຄົດແນວໃດ ແລະ ຈະເຮັດເພື່ອກັນແນວໃດຕອນນີ້ໃຫ້ໄປຮອດນັ້ນໄດ້.
ຕົວຢ່າງ, ຖ້າຢາກມີຊີວິດຄູ່ໃນອະນາຄົດທີ່ມີຄວາມສຸກ ແລະ ມີການເງິນທີ່ດີ, ຊັ້ນການອົດທົນໄປຮຽນຕອນນີ້ຈະສາມາດຊ່ວຍເຮັດໃຫ້ສິ່ງນັ້ນເກີດຂື້ນໄດ້ບໍ່ ແລະ ເຮັດໄດ້ແນວໃດ?
ອີກຕົວຢ່າງ, ຖ້າຫ່າງກັນແລ້ວຄິດຮອດກັນແຮງ, ເຮົາສາມາດໃຊ້ການສື່ສານໃນປະຈຸບັນມາບັນເທົາການຄິດຮອດກັນໄດ້ບໍ່ ແລະ ເຮັດແນວໃດ? ຈະດົນໆມາເຈີກັນໄດ້ແນວໃດ?
ລົມກັນເລື່ອງອະນາຄົດທີ່ຢາກສ້າງນຳກັນເປັນຫຼັກເນີ້, ແຕ່ໃຫ້ມັນມີພື້ນຖານຢູ່ບົນຄວາມຈິງ. ຢ່າຄິດວ່າເຮົາເຮັດ ແລະ ຫວັງດີເພື່ອເຂົາແລ້ວພໍໂດຍທີ່ບໍ່ຮັບຟັງເຂົາ. ມາດຖານຂອງຄວາມສຸກຂອງແຕ່ລະຄົນນັ້ນມັນຕ່າງກັນ. ສຳລັບເຂົາການຢູ່ນຳກັນອາດຈະດີກວ່າການສຶກສາ. ໃຜຈະຮູ້.
ທາງນີ້ຈະບໍ່ຊ່ວຍຕັດສິນວ່າຈະເຮັດແນວໃດດີ, ແຕ່ຢາກຂໍແນະນຳໃຫ້ຮັບຟັງເຂົານຳເພາະຄົນທີ່ກຳລັງຢ້ານຈະບໍ່ຟັງເຫດຜົນປານໃດ, ຢາກໄດ້ຄວາມໝັ້ນໃຈຫຼາຍກວ່າ (ແຕ່ຢ່າຕົວະເຂົາເນີ້. ເວົ້າຄວາມຈິງ, ແຕ່ແປເປັນພາສາໃຈ ບໍ່ແມ່ນພາສາຄິດ).
ທ້າຍສຸດມັນກໍເປັນການຕັດສິນໃຈຂອງສອງຄົນເຈົ້າ. ບໍ່ມີໃຜຮູ້ວ່າອະນາຄົດຈະເປັນແນວໃດ. ທາງນີ້ຄິດວ່າການຕັດສິນໃຈທີ່ໄດ້ໄຕ່ຕອງດີແລ້ວ, ສາມາດຍອມຮັບຜົນຂອງມັນ ແລະ ບໍ່ກິນແຫນງຫຼັງຈາກນັ້ນແມ່ນສິ່ງທີ່ປະເສີດສຸດ.
ຜົນຈະເປັນແນວໃດນັ້ນ, ແລ້ວແຕ່ອະນາຄົດລະ.