ຕາມຫົວຂໍ້ກະທູ້ເລີຍເນາະ,
ດຽວນີ້ເຮົາກຳລັງຮຽນປະລິນຍາຕີຢູ່ ແລ້ວກໍເຮັດວຽກໄປພ້ອມມາຕັ້ງແຕ່ປີ 1 (ວຽກ part-time) ແລ້ວຕອນນີ້ກໍຈະຂຶ້ນປີ 3 ແລ້ວຄາດໄວ້ວ່າປີໜ້າເຮົາຈະໄດ້ເລື່ອນຂັ້ນເປັນ Full-time. ຮູ້ສຶກວ່າເຮົາທຸ້ມເທໃຫ້ວຽກຫຼາຍກວ່າ ການຮຽນ ແຕ່ຄັນເວົ້າເຖິງເລື່ອງເກຣດແຕ່ລະປີກໍໂອເຄຢູ່.
ເຮົາກໍເລີຍຢາກໄດ້ຄຳແນະນຳຈາກຄົນທີ່ມີປະສົບການເລື່ອງນີ້ວ່າ ມີແບບແຜນການແບ່ງເວລາການຮຽນ ແລະ ການເຮັດວຽກແນວໃດ?