ຕັ້ງແຕ່ແມ່ຕູ້ເສຍມາກໍໄດ້ມີການຈູນກັນແບບບໍ່ໄດ້ເລືອກເອງ.
ຮີດຂອງຈີນຈະຖືວ່າຄົນທີ່ເສຍໄປນັ້ນຍັງບໍ່ຮູ້ວິທີທີ່ຈະຢູ່ດ້ວຍຕົວເອງໃນສັງຄົມໃຫມ່ທີ່ປ່າຊ້າ (ທັງໆທີ່ບ້ານພໍ່ຕູ້ກໍຢູ່ຂ້າງໆ), ເລີຍຕ້ອງໄດ້ຂໍອະນຸຍາດສານພະພູມຢູ່ບ້ານໃຫ້ເພິ່ນສາມາດເຂົ້າອອກໄດ້ ແລະ ບ່ອນຢູ່ຊົ່ວຄາວຂອງເພິ່ນແມ່ນເຮືອນເຈ້ຍ.
ບ້ານຫຼັງນັ້ນມີແຕ່ຂ້ອຍຢູ່ກັບແມ່ຕູ້. ຄືນແລກມີ່ກັບມາແຕ່ປ່າຊ້າ, ຂ້ອຍກໍຮູ້ສຶກວັງເວງ ແຕ່ກໍບໍ່ໄດ້ຢ້ານ. ທຸກຄັ້ງກ່ອນຂຶ້ນນອນຈະຂຶ້ນຫ້ອງໄປເປີດດູດອາກາດ ແລະ ລົງມາຫຼິ້ນເກມ ອາບນ້ຳ. ຫຼັງອາບແລ້ວກໍຂຶ້ນໄປນອນ, ພໍແຕ່ຍ່າງຮອດຫົວຂັ້ນໃດທາງເທິງ, ອາກາດເຢັນໆກໍໄຫຼອອກມາຈາກຊ່ອງຫວ່າງຕີນປະຕູໄຫຼລົງຕາມຄັນໃດ.
ພໍເປີດປະຕູຫ້ອງ, ປະກົດວ່າອັນດູດອາກາດປິດ, ໄຟ ແລະ ແອເປີດປະໄວ້ໃຫ້ຮຽບຮ້ອຍ. ສະປີດ 9 ໂຕນຂັ້ນໃດລົງມາໄຕ້ທູບຂອບໃຈ ແລ້ວກໍບອກແມ່ຕູ້ວ່າ, "ຫຼານຍັງໝຸ່ມນ້ອຍ, ມີແຮງຢູ່, ດຽວຂໍເຮັດທຸກຢ່າງເອງເນີ້. ຂອບໃຈ.... ອີກຢ່າງ, ຂໍແບບບໍ່ເຫັນ, ບໍ່ຮູ້ສຶກ ແລະ ບໍ່ມີກິ່ນ ແລະ ສຽງພ້ອມເນີ້."
ແຕ່ນັ້ນມາກໍບໍ່ມີປະກົດການແປກໆຢູ່ບ້ານເລີຍ.
ແຕ່...
ເມື່ອປະຕູມັນໄດ້ເປີດແລ້ວ, ມັນອາດຈະປິດບໍ່ໄດ້ຕິເບາະ. ແຕ່ນັ້ນມາ, ຂ້ອຍມີຄວາມສາມາດສຳພັດ "ອາກາດ" ທີ່ໂລ່ງ ຫຼື ໜັກໄດ້. ອີກສິ່ງໜຶ່ງທີ່ເລີ່ມກາຍມາເປັນສິ່ງທີ່ເກືອບຄຸ້ນແລ້ວແມ່ນ ການທີ່ໄປນອນຢູ່ບ່ອນໄກບ້ານ ແລ້ວບາງເທື່ອກໍມັກຝັນວ່າມີສຳພະເວສີເປັນເງົາດຳໆມັກມານັ່ງເບິ່ງ ຢືນເບິ່ງເຮົານອນ. ບາງບ່ອນແຈກໂປຣ, ນັ່ງນວດແຂນນວດຂາໃຫ້. ຈໄນໝູ່ໄດ້ສອນວິທີແຜ່ບູນໃຫ້ເຂົາເຈົ້າ. ແຮງມາຫຼາຍກວ່າເກົ່າ...
ການຮູ້ວິທີແຜ່ບຸນກໍດີຢ່າງໜຶ່ງ: ສາມາດເອົາມາຄຸ່ພວກສາຍອຳໄດ້. ໜ້ອຍສຸດທີ່ຖືກອຳ. ພໍຖືກປັບ, ຂ້ອຍມາເປັນສະເຕັບເລີຍ: 1. ຂໍໂທດເພາະບໍ່ຮູ້. 2. ອະທິບາຍວ່າຂ້ອຍມາຫຍັງ. 3. ບອກດີໆວ່າ ມາດີ ແລະ ຈະແຜ່ສ່ວນບຸນໄປໃຫ້. ຖ້າຍັງອຳ, ການທູດກູ້ກັບ, ແຈກໄພ້ການທະຫານແທນ. 4. ຄູ່ເລີຍວ່າຈະປ້ອຍໃຫ້ບາບຫຼາຍກວ່າເກົ່າຖ້າຍັງສິສ້າງກຳຕໍ່ໄປ. ສ່ວນໃຫຍ່ຄ່າຍ. ສ່ງນມີ່ບໍ່ຄາຍ, ກູຍອມ... ມຶງອຳຈົນມຶງພໍໃຈ, ດຽວມຶງກະປູດເອງ... ເດະ, ບໍ່ເຫັນສິເກັ່ງ. ມ໋າ, ນັ່ງລົງ, ນົບ. ເຮັດແມະ, ສິເອົາບຸນໃຫ້ນິນ່າ. ແລ້ວເລື່ອງກໍຈົບ.
ປະມານນີ້. ສ່ວນຕົວແລ້ວແມ່ນມາສາຍລໍຈິກ, ແຕ່ພະຍາຍາມພິສູດຕົວເອງວ່າຄວາມເຊື່ອເລື່ອງວິນຍານ ແລະ ປະສົບການຂອງຕົນແມ່ນຜິດ, ແຕ່ມັນກໍມີແນວມີ່ເຮົາຕອບຕົນເອງບໍ່ໄດ້. ກໍເລີຍເຊື່ອແນ່ ບໍ່ເຊື່ອແນ່ດຽວນີ້.
ມາຕັ້ງເຕົາຖ້າຟັງຂອງຄົນອື່ນນຳກັນ.