ຈາກທີ່ທຸກຄົນໄດ້ຍິນຂ່າວວ່າມີແຜ່ນດິນໄຫວເກີດຢູ່ທີ່ປະເທດລາວເຮົາ, ເຊິ່ງມັນມີຄວາມແຮງໃນລະດັບຫນຶ່ງ. ມັນມີຜົນກະທົບຫຼາຍຢ່າງຕໍ່ສິ່ງປຸກສ້າງແລະຄວມປອດໄພ. ຢາກຮູ້ຄວາມຄິດເຫັນຂອງຄົນບ້ານເຮົາຕໍ່ເລື່ອງນີ້.
ອີກເລື່ອງຫນຶ່ງຄືລາວນັ້ນມີເຂື່ອນຫຼາຍແຫ່ງ ແລະ ເຮົາກໍໄດ້ເຫັນຜົນກະທົບຂອງເຂື່ຶອນແຕກແລ້ວມັນຮ້າຍແຮງຫຼາຍ. ຖ້າມີແຜ່ນດິນໄຫວເກີດຂຶ້ນອີກແລະເຮັດໃຫ້ເຂື່ອນແຕກຄົນບ້ານເຮົາພ້ອມຈະຮັບມືຫລືບໍ່ ແລະ ລັດຖະບານມີນະໂຍບາຍຫລືໄດ້ກຽມພ້ອມມັດຕະການຍັງບໍ່.
ຂໍອະໄພຖ້າຂຽນຜິດ ແລະ ຂອບໃຈຄວາມຄິດເຫັນລ່ວງຫນ້າ. 🙏🏻